Dongpalane Thong Village, Sisattanak, Vientiane Capital, Laos+856 (21) 410 214, (20) 5555 7623

ກ່ຽວກັບພວກເຮົາ

ປະຫວັດຂອງບໍລິສັດພັນທະມິດ

     ບໍລິສັດພັນທະມິດກໍ່ຕັ້ງຂຶ້ນໃນປີ 2015 ເປັນຜູ້ບຸກເບີກການບໍລິການຫ້ອງປະຕິບັດການທົດລອງຂອງເອກະຊົນ. ເຊິ່ງຜູ້ກໍ່ຕັ້ງຂອງພວກເຮົາມີວິໄສທັດ ແລະ ເປົ້າໝາຍດຽວກັນໃນການພັດທະນາທຸ ລະກິດຫ້ອງປະຕິການທົດລອງທີ່ຮອງຮັບທຸລະກິດອື່ນໆ

ກ່ຽວກັບບໍລິສັດ

     ບໍລິສັດ ພັນທະມິດ ທົດລອງ ແລະ ວິໄຈ ຈໍາກັດ ເປັນຜູ້ໃຫ້ບໍລິການຫ້ອງທົດລອງກ່ຽວກັບສິ່ງແວດລ້ອມທີ່ເປັນເອກະລາດ ເຊິ່ງສະໜອງການບໍລິການຫ້ອງທົດລອງໃນລະດັບມາດຕະຖານສາກົນ ນໍາໃຊ້ເຄື່ອງມືທີ່ມີຄຸນນະພາບ, ພະນັກງານໄດ້ຮັບການຝຶກອົບຮົມທີ່ດີ ແລະ ເປັນຫ້ອງທົດລອງທີ່ໄດ້ການຮັບຮອງມາດຕະຖານສາກົນ ISO/IEC 17025:2017. ບໍລິສັດ ພັນທະມິດ ໃຫ້ບໍລິການ ການ ວິເຄາະດ້ານສິ່ງແວດລ້ອມຕ່າງໆ ເຊິ່ງລວມມີ ຄຸນນະພາບນໍ້າ, ຄຸນນະພາບອາກາດ, ການວັດແທກລະດັບສຽງດັງ, ການວັດແທກການສັ່ນ ສະເທືອນ, ການຄຸນນະພາບຕະກອນ ແລະ ດິນ ແລະ ການ ບໍລິການສອບທຽບເຄື່ອງມື ເຊິ່ງບໍລິການເຫຼົ່ານີ້ ແມ່ນປະຕິບັດຕາມມາດຕະຖານສິ່ງແວດລ້ອມແຫ່ງຊາດລາວ. ການບໍລິການຂອງພວກເຮົາ ແມ່ນເອົາໃຈໃສ່ຕໍ່ການບໍລິການທີ່ມີປະສິດທິພາບ, ລາຄາສົມເຫດສົມຜົນ ແລະ ເພື່ອຜົນໄດ້ຮັບທີ່ມີຄຸນນະພາບສູງ.

ວິໄສທັດ

ເປັນຜູ້ນຳທາງດ້ານ ຫ້ອງທົດລອງວິເຄາະຂອງເອກະຊົນໃນ ສປປ ລາວ ດ້ວຍການບໍລິການທີ່ໄດ້ມາດຕະຖານສາກົນ.

ເປົ້າໝາຍ

• ໃຫ້ບໍລິການຫ້ອງທົດລອງທີ່ມີຄຸນນະພາບສູງ ດ້ວຍການບໍລິການທີ່ວ່ອງໄວ, ໄດ້ຮັບຜົນທີ່ຖືກຕ້ອງ, ຊັດເຈນ ແລະ ມີປະສິດທິພາບ ໂດຍມີນັກວິຊາການທີ່ມີຄວາມຊຳນານງານສູງ ແລະ ທັງນຳໃຊ້ ເຄື່ອງມື ແລະ ວິທີການທົດລອງທີ່ໄດ້ຮັບມາດຕະຖານສາກົນ.
• ສືບຕໍ່ປັບປຸງຄຸນນະພາບ, ວິທີການເຮັດວຽກ ແລະ ຖານຄວາມຮູ້ ໂດຍຜ່ານການຄົ້ນຄວ້າ ແລະ ເຮັດວຽກຮ່ວມກັນ.
• ຮັບຮູ້ ແລະ ເອົາໃຈໃສ່ຄວາມຕ້ອງການຂອງລູກຄ້າ, ເຮັດວຽກຢ່າງເປີດເຜີຍ ແລະ ຮ່ວມມືກັນກຳນົດເວລາ ແລະ ເປົ້າໝາຍການເຮັດວຽກ.

 1,499 total views,  1 views today

ທີ່ຢູ່

ຕິດຕໍ່ພວກເຮົາ