Dongpalane Thong Village, Sisattanak, Vientiane Capital, Laos+856 (21) 410 214, (20) 5555 7623

ມົນລະຜິດ ຄວັນດຳ ແລະ ຄວັນຂາວ

black and white smoke

ມົນລະຜິດ ຄວັນດຳ ແລະ ຄວັນຂາວ

ຄວັນດຳ ຄືອານຸພາກຂອງຖ່ານ ຫຼື ຄາບອນເປັນຜົງຂີ້ຝຸ່ນນ້ອຍໆ ທີ່ເຫຼືອຈາກການເຜົາໄໝ້ ຂອງເຄື່ອງຈັກ ທີ່ໃຊ້ນໍ້າມັນກາຊວນ ເປັນສ່ວນໃຫຍ່ ເຊັ່ນ: ລົດເມ, ລົດກະບະ, ລົດຂະໜາດໃຫຍ່ ນອກນັ້ນ ຍັງເກີດມາຈາກ ໂຮງງານອຸດສາຫະກຳ ອີກດ້ວຍ. ຄວັນດໍານອກຈາກຈະເຮັດໃຫ້ທັດສະນະການເບິ່ງເຫັນຕ່ຳ ແລະ ເກີດຄວາມເປິະເປຶ້ອນແລ້ວ ຍັງສາມາດເຂົ້າສູ່ປອດໂດຍການຫາຍໃຈເຂົ້າໄປ ແລະ ສະສົມໃນຖົງລົມປອດ ເຊິ່ງ ເປັນສານທີ່ກໍ່ໃຫ້ເກີດພະຍາດມະເຮັງ ຫຼື ເປັນໂຕນຳສານທີ່ກໍ່ໃຫ້ເກີດພະຍາດມະເຮັງປອດ ແລະ ເຮັດໃຫ້ຫຼອດລົມອັກເສບໄດ້.

ຄວັນຂາວ ເກີດຈາກເຄື່ອງຈັກ ທີ່ບໍ່ໄດ້ຮັບການບຳລຸງຮັກສາ ໂດຍສະເພາະລົດຈັກເກົ່າ, ຄວັນຂາວຄືສານໄຮໂດຄາບອນ ຫຼື ນໍ້າມັນເຊື້ອໄຟ ທີ່ຍັງບໍ່ຖືກເຜົາໄໝ້ ແລ້ວຖືກປ່ອຍອອກມາ ທາງທໍ່ອາຍເສຍ, ສານໄຮໂດຄາບອນເມື່ອຖືກແສງແດດ ຈະເກີດປະຕິກິລິຍາ ສ້າງກ໊າສໂອໂຊນ ເຊິ່ງເປັນຜິດທີ່ຮ້າຍແຮງຂຶ້ນ.

 2,856 total views,  5 views today

ທີ່ຢູ່

ຕິດຕໍ່ພວກເຮົາ