Dongpalane Thong Village, Sisattanak, Vientiane Capital, Laos+856 (21) 410 214, (20) 5555 7623

BYFUSION BYBLOCKS ສາມາດກຳຈັດວິກິດ ພາດສະຕິກໂລກ

Byfusion byblocks

BYFUSION BYBLOCKS ສາມາດກຳຈັດວິກິດ ພາດສະຕິກໂລກ

    ByFusion ເປັນສະຕາດອັບທີ່ໃຊ້ເວລາຫຼາຍປີໃນການຄົ້ນຄວ້າວິໄຈ ແລະ ພັດທະນາການສ້າງ ByBlock ເຊິ່ງແຕ່ລະສ່ວນເປັນການປະສົມປະສານລະຫວ່າງພາດສະຕິກ ແລະ ວັດສະດຸທີ່ບໍ່ສາມາດຣິີໄຊເຄິ້ນໄດ້ ທາງບໍລິສັດໄດ້ໃຊ້ລະບົບອາຍນ້ຳ ແລະ ການອັດແໜ້ນໃຫ້ເປັນຮູບບັອກ ເພື່ອນຳໃຊ້ບ້ອກດັ່ງກ່າວເຂົ້າໃນການກໍ່ສ້າງທົ່ວໄປ ເຊັ່ນ: ຮົ້ວ ຫຼື ລະບຽງ.   ໃຊ້ເທັກໂນໂລຊີທີ່ໄດ້ຮັບການຈົດສິດທິບັດ ທີ່ເອີ້ນວ່າ Blockers ByBlock ແຕ່ລະອັນແມ່ນ ສ່ວນປະສົມມາຈາກວັດສະດຸພາດສະຕິກຈຳນວນຫຼາຍມາບີບອັດເຂົ້າກັນ ໂດຍບໍ່ຈຳເປັນຕ້ອງທຳຄວາມສະອາດ ຫຼື ຄັດແຍກ. ເປັນມິດຕໍ່ສິ່ງແວດລ້ອມຢ່າງແນ່ນອນ ເນື່ອງຈາກວ່າບໍ່ຕ້ອງໃຊ້ສານເຄມີ ຫຼື ສານເຕີມແຕ່ງໃດໆ. ByFusion ໄດ້ຮ່ວມມືກັບ ອົງກອນຕ່າງໆ, ເທດສະບານ, ລັດຖະບານ ແລະ ໜ່ວຍງານຣີໄຊເຄິ້ນອື່ນໆ. ຫຼາຍໆອົງກອນໄດ້ຮ່ວມກັນຫຼຸດຜ່ອນນຳກັບມາໃຊ້ຄືນຣີໄຊເຄິ້ນເຊິ່ງຈະເປັນຜົນດີໃນອານາຄົດໃນການຈັດການຂີ້ເຫຍື້ອສຳລັບໂລກຂອງພວກເຮົາ.

ພວກເຮົາຍັງສາມາດເວົ້າໄດ້ວ່າ Blocker ເປັນຕົວຊ່ວຍໜື່ງໃຫ້ການຫຼຸດຂີ້ເຫຍື້ອພາດສະຕິກ ແລະ ນຳກັບມາໃຊ້ ໂດຍບໍ່ໃຫ້ສູນເສຍໄປໂດຍບໍ່ມີປະໂຫຍດ.

 2,994 total views,  8 views today

ທີ່ຢູ່

ຕິດຕໍ່ພວກເຮົາ