Dongpalane Thong Village, Sisattanak, Vientiane Capital, Laos+856 (21) 410 214, (20) 5555 7623

ສາເຫດ & ຜົນກະທົບຂອງມົນລະຜິດທາງສຽງຕໍ່ສຸຂະພາບ

ສາເຫດ ແລະ ຜົນກະທົບຂອງມົນລະຜິດທາງສຽງຕໍ່ສຸຂະພາບ

   ສາເຫດ ແລະ ຜົນກະທົບຂອງມົນລະຜິດທາງສຽງຕໍ່ສຸຂະພາບ.

ສຽງ ເຖິງແມ່ນວ່າຈະເປັນສິ່ງທີ່ເຮົາໄດ້ຍິນ ແລະ ຄຸ້ນເຄີຍຢູ່ເປັນປະຈຳ ແຕ່ກໍຕ້ອງຢູ່ໃນລະດັບທີ່ພໍດີ ເພາະຫາກສຽງດັງຈົນເກີນໄປ ກໍຈະກໍ່ໃຫ້ເກີດຜົນເສຍຕໍ່ສຸຂະພາບຂອງຄົນເຮົາໄດ້.
ສຽງ ມີແຫຼ່ງທີ່ມາທີ່ຫຼາກຫຼາຍ ແລະ ແຕກຕ່າງກັນໄປເຊັ່ນ:
ສຽງຈາກການຄົມມະນາຄົມ: ສຽງລົດຈັກ, ລົດໃຫຍ່, ລົດບັນທຸກ, ຍົນ …
🔔ສຽງຈາກໂຮງງານອຸດສາຫະກໍາ: ສຽງການເຮັດວຽກຂອງເຄື່ອງຈັກຕ່າງໆ…
🔔ສຽງຈາກຄົວເຮືອນ: ສຽງເຄື່ອງໃຊ້ພາຍໃນບ້ານ, ສຽງຈັກຕັດຫຍ້າ, ເຄື່ອງດູດຝຸ່ນ, ໂທລະພາບ, ວິທະຍຸ…
🔔ສຽງລົບກວນທີ່ເກີດຈາກສາເຫດອື່ນໆເຊັ່ນ: ສຽງໂຄສະນາ, ຟ້າຮ້ອງ, ຟ້າຜ່າ….

ອີງຕາມຂໍ້ກຳນົດຂອງ ມາດຕະຖານສິ່ງແວດລ້ອມແຫ່ງຊາດ ສຳລັບລະດັບສຽງທີ່ປອດໄພແມ່ນບໍ່ໃຫ້ເກີນ 85 ເດຊິເບລ
ເມື່ອສຳຜັດປະມານ 8 ຊົ່ວໂມງ/ວັນ ຫາກເກີນການສຳຜັດເປັນເວລາຫຼາຍຊົ່ວໂມງຕໍ່ມື້ ກໍຈະກໍ່ໃຫ້ເກີດອັນຕະລາຍຕໍ່ຮ່າງກາຍຂອງເຮົາໄດ້. ເປັນຕົ້ນແມ່ນ:

– ຜົນກະທົບຕໍ່ຈິດໃຈ: ເຮັດໃຫ້ເກີດອາການຫງຸດງິດ, ລໍາຄານ, ຄຽດ, ເສຍສະມາທິ, ໃຈຮ້າຍ, ສ້າງການປ່ຽນແປງທາງອາລົມ
– ຜົນກະທົບຕໍ່ຮ່າງກາຍ: ຫົວໃຈເຕັ້ນແຮງ, ຄວາມດັນສູງ, ປະສາດຫູເສື່ອມ, ຫູຕຶງ, ກ້າມເນື້ອກະຕຸກ, ນອນບໍ່ຫຼັບ…

ສະນັ້ນ, ການວັດແທກ ແລະ ຮັກສາລະດັບສຽງໃຫ້ຢູ່ໃນລະດັບທີ່ເໝາະສົມ ຈຶ່ງເປັນການປ້ອງກັນທີ່ດີກວ່າ.

ຫ້ອງທົດລອງ ພັນທະມິດ ໃຫ້ບໍລິການວັດແທກລະດັບສຽງເຊັ່ນ: ການວັດລະດັບສຽງທັງກາງເວັນ ຫຼື ການຄືນ, ເຂດທີ່ພັກອາໄສ, ເຂດອຸດສາຫະກຳ, ໂຮງຈັກໂຮງງານ ແລະ ເຂດອື່ນໆ.

ສຳລັບຂໍ້ມູນເພີ່ມຕື່ມ, ຕິດຕໍ່ຫາພວກເຮົາໄດ້ທີ່:
☎️ໂທລະສັບຫ້ອງການ: 021 410 214
📞ມືຖື / WhatsApp: 020 5555 7623
📩ອີເມວ: info@phanthamit.com

 2,835 total views,  1 views today

ທີ່ຢູ່

ຕິດຕໍ່ພວກເຮົາ