Dongpalane Thong Village, Sisattanak, Vientiane Capital, Laos+856 (21) 410 214, (20) 5555 7623

ການບຳບັດນໍ້າເປື້ອນຈາກໂຮງໜໍ

ການບຳບັດນໍ້າເປື້ອນຈາກໂຮງໜໍ

ການບຳບັດນໍ້າເປື້ອນຈາກໂຮງໜໍບັນຫາສ່ວນຫລາຍທີ່ພົບເຫັນ ແມ່ນບັນຫາໃນເລື່ອງການກຳຈັດຈຸລິນຊີທີ່ມີລະດັບຕ່ຳ ຫາກປ່ອຍສູ່ແຫລ່ງນໍ້າອາດເກີດການປົນເປື້ອນຂອງຈຸລິນຊີ ແລະ ເຊື້ອໂລກເນື່ຶອງຈາກ ໂຮງໜໍຈະມີປະລິມານສານເຄມີ, ນໍ້າຢາຂ້າເຊື້ອ,ດັ່ງນັ້ນຕ້ອງມີການຄວບຄຸມ ແລະ ຕິດຕາມເປັນພິເສດ.
ລະບົບບຳບັດນໍ້າເປື້ອນຂອງໂຮງໜໍທີ່ນິຍົມໃຊ້ມີ:
– ລະບົບຖັງກ່ອງແບບບໍ່ມີອາກາດ
– ລະບົບເອເອສ

ເຊິ່ງລະບົບເອເອສໄດ້ຮັບການນິຍົມໃຊ້ຫລາຍກ່ອນໜູ່, ເນື່ອງຈາກມີປະສິດທິພາບສູງ ແລະ ໃຊ້ພື້ນທີ່ຕິດຕັ້ງໜ້ອຍ ແຕ່ການຄວບຄຸມລະບົບນີ້ຜູ້ຄວບຄຸມຕ້ອງມີຄວາມຮູ້ ແລະ ຄວາມເຂົ້າໃຈຢ່າງຖືກຕ້ອງ. ນອກນັ້ນ ຍັງຕ້ອງໄດ້ກວດສອບສານເຄມີໃຫ້ຢູ່ໃນມາດຕະຖານກ່ອນຈະປ່ອຍລົງສູ່ແຫຼ່ງນໍ້າທຳມະຊາດ.
ຫ້ອງທົດລອງພັນທະມິດ (PAL) ໄດ້ໃຫ້ບໍລິການວິເຄາະຄຸນນະພາບນໍ້າ, ດ້ວຍລະບົບການວິເຄາະທີ່ທັນສະໄໝ, ໄດ້ມາດຕະຖານສາກົນ ແລະ ຖືກຕ້ອງ ພ້ອມຍັງສາມາດຢັ້ງຢືນກັບອົງການທີ່ໃຫ້ການຄວບຄຸມ ຄຸນນະພາບຂອງນໍ້າໄດ້.

ສຳລັບຂໍ້ມູນເພີ່ມຕື່ມ, ສາມາດຕິດຕໍ່ຫາພວກເຮົາໄດ້ທີ່:
ເບີໂທຫ້ອງການ 021 410 214
ເບີມືຖື ແລະ ວັອດແອັບ: 020 555 576 23

 905 total views,  1 views today

ທີ່ຢູ່

ຕິດຕໍ່ພວກເຮົາ