Dongpalane Thong Village, Sisattanak, Vientiane Capital, Laos+856 (21) 410 214, (20) 5555 7623

ພົບໄມໂຄຣພລາສຕິກໃນຫິມະທີ່ຫາກໍ່ຕົກລົງມາ

ພົບໄມໂຄຣພລາສຕິກໃນຫິມະທີ່ຫາກໍ່ຕົກລົງມາ ໃນທະວີບອັງຕາກຕິກ

  ພົບໄມໂຄຣພລາສຕິກໃນຫິມະທີ່ຫາກໍ່ຕົກລົງມາ ໃນທະວີບອັງຕາກຕິກເປັນຄັ້ງທຳອິດ ເຊິ່ງສາມາດເລັ່ງການລະລາຍຂອງຫິມະ ແລະ ນໍ້າກ້ອນ ນອກນັ້ນ ຍັງກໍ່ໃຫ້ເກີດໄພຄຸກຄາມຕໍ່ສຸຂະພາບຂອງລະບົບນິເວດ ທີ່ເປັນເອກະລັກຂອງທະວີບ.
 ພລາສຕິກຂະໜາດນ້ອຍ ເຊິ່ງນ້ອຍກວ່າເມັດເຂົ້າ ເຄີຍຖືກພົບຢູ່ໃນນໍ້າແຂງໃນທະເລອັງຕາກຕິກ ແລະ ນໍ້າຜິວໜ້າດິນແຕ່ເທື່ອນີ້ ເປັນຄັ້ງທຳອິດ ທີ່ມີການລາຍງານເຖິງປະລິມານຫິມະທີ່ຕົກໃໝ່ ນັກວິໃຈກ່າວວ່າ:”ມັນເປັນເລື່ອງໜ້າເສົ້າຢ່າງເຫຼືອເຊື່ອ ແຕ່ການຄົ້ນພົບໄມໂຄຣພລາສຕິກໃນຫິມະທີ່ສົດໃໜ່ໃນທະວີບອັງຕາກຕິກເນັ້ນໃຫ້ເຫັນຂອບເຂດຂອງມົນລະພິດຈາກພລາສຕິກໃນພື້ນທີ່ຫ່າງໄກທີ່ສຸດ ໃນໂລກ”
Alex Aves ນັກສຶກສາ ປະລິນຍາເອກ ຂອງ University of Canterbury ໄດ້ກ່າວວ່າ: ເປັນທີ່ຮູ້ກກັນດີວ່າ ຜູ້ຄົນ ກິນ ແລະ ຫາຍໃຈເອົາໄມໂຄຣພລາສຕິກໂດຍບໍ່ຕັ້ງໃຈ ແລະ ຈາກການສຶກສາໄວໆນີ້ພົບວ່າໄມໂຄຣພລາສຕິກສະເລ່ຍ 29 ອະນຸພາກ ຕໍ່ ຫິມະລາລາຍ 1 ລິດ ເຊິ່ງສູງກວ່າຄວາມເຂັ້ມຂຸ້ນໃນທະເລ, ອະນຸພາກເຫຼົ່ານີ້ກໍ່ໃຫ້ເກີດຄວາມເສຍຫາຍ ຕໍ່ເຊວຂອງມະນຸດ.
ຜົນການສຶກສາປີທີ່ແລ້ວພົບວ່າ ໄມໂຄຣພລາສຕິກໃນອາກາດນັ້ນ “ແຜ່ກະຈ່າຍໄປທົ່ວໂລກ”

 3,014 total views,  19 views today

ທີ່ຢູ່

ຕິດຕໍ່ພວກເຮົາ