Dongpalane Thong Village, Sisattanak, Vientiane Capital, Laos+856 (21) 410 214, (20) 5555 7623

ໜອນກິນພາດສະຕິກ ສາມາດຊ່ວຍຫຼຸດມົນລະຜິດໄດ້

ໜອນກິນພາດສະຕິກ ສາມາດຊ່ວຍຫຼຸດມົນລະຜິດໄດ້

      (CNN) ໜອນໂຕນ້ອຍໆ ຈາກເປັນໜອນທີ່ບໍ່ມີຄ່າກາຍເປັນຕົວຊ່ວຍທີ່ສຳຄັນ, ໃນປີ 2017 ໄດ້ມີນັກວິທະຍາສາດ ໄດ້ຄົ້ນພົບໜອນແມງກະເບື້ອ ສາມາດຊ່ວຍແກ້ໄຂບັນຫາສິ່ງແວດລ້ອມທີ່ເລັ່ງດ່ວນທີ່ສຸດ ກັບບັນຫາໜື່ງໃນໂລກ: ຂີ້ເຫຍື້ອພາດສະຕິກ. ສິ່ງທີ່ມີຊີວິດນີ້ສາມາດກັດພາດສະຕິກ ເຖິງແມ່ນວ່າວັດສະດຸນັ້ນເປັນໂພລີນ ເຊິ່ງເປັນພາດສະຕິດທົ່ວໄປ ທີ່ບໍ່ສາມາດຍ່ອຍສະຫຼາຍໄດ້ໃນຂະນະທີເຮົາຍັງໃຊ້ວິທີ ເກົ່າທີ່ຍັງໃຊ້ການຝັງ ແລະ ປ່ອຍລົງສູ່ທະເລ.

ໃນປັດຈຸບັນນັກວິທະຍາສາດມີຄວາມເຂົ້າໃຈຫຼາຍຂຶ້ນວ່າ ໜອນສາມາດເຮັດສິ່ງນີ້ໄດ້ໂດຍຮູບການໃດ ແລະ ສາມາດກຳເນີດເກີດຂຶ້ນໄດ້ດ້ວຍວິທີໃດ. ຜົນຈາກການວິໄຈ ແລະ ຕີພິມໃນວາລະສານ Proceedings of the Royal Society B Tuesday ອາດເປັນແນວທາງໃນການຄົ້ນຄວ້າຂະບວນການຍ່ອຍສະຫຼາຍທາງຊີວະພາບ ທີ່ມີປະສິດທິພາບ ເພື່ອການຈັດການກັບຂີ້ເຫຍື້ອພາດສະຕິກ. ຮອງສາດສະດາຈານ Christophe LeMoine ປະທານດ້ານຊີວະວິທະຍາ ຂອງມະຫາວິທະຍາໄລແບຣນດ້ອນ ໃນປະເທດການາດາ ໄດ້ກ່າວວ່າ “ພວກເຮົາໄດ້ຄົ້ນພົບວ່າໜອນແມງກະເບື້ອມີຈຸລິນຊີໃນລຳໄສ້ ເຊິ່ງມີ ຄວາມຈຳເປັນໃນຂະບວນການຍ່ອຍສະຫຼາຍທາງຊີວະພາບຂອງພາດສະຕິກ“ຂະບວນການນີ້ອາດເບິ່ງໄດ້ວ່າ ອາດຈະມີການອາໄສການເຮັດວຽກຮ່ວມກັນລະຫວ່າງໜອນແມງກະເບື້ອ ກັບ ແບັກທີເຣຍໃນລຳໄສ້ຂອງພວກມັນ ເພື່ອການເລັ່ງການສະຫຼາຍຕົວຂອງໂພລິເອທິລີນ.”ພວກເຮົາຍັງຄິດອີກວ່າ ສັດຫຼາຍຊະນິດທີ່ມີໄມໂຄໄບໂອມ ແລະ ມີບົດບາດສຳຄັນໃນການຮັກສາສຸຂະພາບຂອງມະນຸດ.

 2,825 total views,  1 views today

ທີ່ຢູ່

ຕິດຕໍ່ພວກເຮົາ