Dongpalane Thong Village, Sisattanak, Vientiane Capital, Laos+856 (21) 410 214, (20) 5555 7623

ການວິເຄາະຄຸນນະພາບດິນ

ການວິເຄາະຄຸນນະພາບດິນ

  ການວິເຄາະຄຸນນະພາບດິນໃນປະຈຸບັນ ສັງເກດເຫັນໄດ້ຂ້ອນຂ້າງຊັດເຈນວ່າ: ຊາວກະສິກອນສ່ວນໃຫ່ຍຍັງຖືເບົາ ແລະ ບໍ່ທັນໃຫ້ຄວາມສຳຄັນໃນການກວດວິເຄາະຄຸນນະພາບດິນຂອງຕົນເອງກ່ອນດຳເນີນການກະສິກຳ ເປັນສາເຫດໃຫ້ ຜົນຜະລິດບໍ່ໄດ້ຮັບຜົນດີເທົ່າທີ່ຄວນ. ແຕ່ໃນຄວາມເປັນຈິງແລ້ວ, ການວິເຄາະດິນແມ່ນມີຄວາມສໍາຄັນຫລາຍ ແລະ ຄວນມີການວິເຄາະດິນຢ່າງໜ້ອຍໃນທຸກໆ 10 ປີ.

 ເພາະການວິເຄາະຈະບົ່ງບອກໄດ້ຢ່າງຊັດເຈນວ່າ: ລັກສະນະຂອງດິນເປັນແບບໃດ ແລະ ດິນມີຄວາມບົກຜ່ອງແນວໃດ. ບໍ່ພຽງແຕ່ເທົ່ານີ້, ຫລັງຈາກວິເຄາະດິນແລ້ວ ຍັງຊ່ວຍໃຫ້ເຮົາເລືອກໃຊ້ປຸ໋ຍໄດ້ຢ່າງຖືກຕ້ອງ ທັງຍັງປະຫຍັດນຳອີກ.

      ການວິເຄາະຄຸນນະພາບດິນ ຍັງສາມາດວິເຄາະ ແລະ ເຮັດໃຫ້ເຮົາໄດ້ຮູ້ເຖິງສານອາຫານໃນດິນ, ຄວາມໜາແໜ້ນຂອງດິນ, ພື້ນຜິວຂອງດິນ ແລະ ຈຸລິນຊີຂະໜາດນ້ອຍທີ່ຢູ່ໃນດິນອີກດ້ວຍ.

      ຫ້ອງທົດລອງ ພັນທະມິດ ຂອງພວກເຮົາ ມີຄວາມຊຳນານໃນການກວດສອບທີ່ຫຼາກຫຼາຍ ສຳລັບການວິເຄາະຄຸນນະພາບດິນ, ມົນລະພິດໃນນ້ຳ, ອາກາດ ແລະ ອື່ນໆ.

ສຳລັບຂໍ້ມູນເພີ່ມເຕີມຕິດຕໍ່ຫາພວກເຮົາໄດ້ທີ່:
ເບີໂທຫ້ອງການ: 021 263962
ເບີມືຖື ແລະ ວັອດແອັບ: 020 5555 7623
ອີເມວ: info@phanthamit.com

 2,752 total views,  5 views today

ທີ່ຢູ່

ຕິດຕໍ່ພວກເຮົາ