Dongpalane Thong Village, Sisattanak, Vientiane Capital, Laos+856 (21) 410 214, (20) 5555 7623

World Environment Day and Lao National Environment Day 2022

Environment Day 2022

ກິດຈະກຳ ວັນສິ່ງແວດລ້ອມ ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ປີ 2022

  

      ໃນວັນທີ 21 ມິຖຸນາ 2022 ທີ່ຜ່ານມາ ກົມສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບບໍລິສັດ ພັນທະມິດ ທົດລອງ ແລະ ວິໄຈ ຈຳກັດ ໄດ້ມີການຈັດກິດຈະກຳ ເພື່ອສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ຄົບຮອບ 50 ປີ (5 ມິຖຸນາ) ແລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 23 ປີ ຢູ່ໂຮງຮຽນມັດທະຍົມສຶກສາສົມບູນຕານມີໄຊ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ໂດຍໄດ້ຮັບກຽດຈາກ ທ່ານ ອຸ່ນເຮືອນ ໄຊຍະຈັກ ຫົວໜ້າກົມສິ່ງແວດລ້ອມ, ທ່ານ ວົງສັກ ມີໄຊ ອຳນວຍການບໍລິສັດ ພັນທະມິດ ທົດລອງ ແລະ ວິໄຈ ຈຳກັດ, ທ່ານ ນາງ ແກ້ວລັດ ມະນີແສງ ອຳນວຍການໂຮງຮຽນມັດທະຍົມສຶກສາສົມບູນຕານມີໄຊ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

      ສຳລັບວັນສິ່ງແວດລ້ອມໂລກ ປີ 2022 ນີ້ ອົງການສະຫະປະຊາຊາດເພື່ອສິ່ງແວດລ້ອມ ໄດ້ກຳນົດຄຳຂວັນສຳລັບວັນສິ່ງແວດລ້ອມໂລກປີນີ້ ພາຍໃຕ້ຫົວຂໍ້ “ໂລກມີພຽງໜຶ່ງດຽວ” ເພື່ອໃຫ້ເຫັນເຖິງຄວາມສຳຄັນຂອງໂລກ ທີ່ພວກເຮົາອາໄສຢູ່ທຸກມື້ນີ້ ເປັນພຽງບ່ອນດຽວທີ່ສາມາດດຳລົງຊີວິດໄດ້. ປີນີ້ກໍເປັນອີກປີໜຶ່ງ ທີ່ບໍລິສັດ ພັນທະມິດ ທົດລອງ ແລະ ວິໄຈ ຈຳກັດ ຮ່ວມກັບ ກົມສິ່ງແວດລ້ອມ ແລະ 10 ພາກສ່ວນໃຫ້ການສະໜັບສະໜູນ ໂດຍມີ ບໍລິສັດ ລາວ ຄອນຊາວຕີ້ງກຼຸບ ຈຳກັດ, ບໍລິສັດ ອິນໂນກຣີນ ເອັນຈີເນຍລິງ ຈຳກັດ, ບໍລິສັດ ຊຳມິດໂຮມ ຈຳກັດ, ບໍລິສັດ ເຈແອນຊີ ເຊີວີສ ຈຳກັດຜູ້ດຽວ, ບໍລິສັດ ທີເອັນ-ໄຊສ໌ ລາວ ຈຳກັດ, ບໍລິສັດ ວາຣີ ຈຳກັດ, ບໍລິສັດ ບັນດາ ດິຈິຕອນ ບີຊີເນສ ຈໍາກັດຜູ້ດຽວ, ບໍລິສັດ ທີ່ປຶກສາ ໄອເອສອີ ຈຳກັດ, ອິນໂຟ, ໂຮງຮຽນ ຊັບປັນຍາ ໄດ້ຮ່ວມກັນຈັດກິດຈະກຳປູກຈິດສຳນຶກໃຫ້ກັບນັກຮຽນໃຫ້ເຫັນເຖິງຄວາມສຳຄັນຂອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ໂດຍການຈັດຕັ້ງ 3 ກິດຈະກຳຫຼັກຄື: ກິດຈະກຳປູກຕົ້ນໄມ້, ກິດຈະກຳແຕ້ມຮູບ ແລະ ຖາມຕອບອອນລາຍ ພາຍໃຕ້ຫົວຂໍ້ “ໂລກມີພຽງໜຶ່ງດຽວ” ໃນນັ້ນ ສຳລັບກິດຈະກຳແຕ້ມຮູບ ໄດ້ແບ່ງອອກເປັນ 2 ໝວດຄື: ໝວດນັກຮຽນຊັ້ນປະຖົມ ປ1-ປ3 ມີຜູ້ສະໝັກ 45 ຄົນ ສົ່ງຮູບເຂົ້າມາແຂ່ງຂັນ 28 ຄົນ, ໝວດນັກຮຽນຊັ້ນປະຖົມ ປ4-ປ5 ມີຜູ້ສະໝັກ 41 ຄົນ ສົ່ງຮູບມາແຂ່ງຂັນ 27 ຄົນ, ສ່ວນກິດຈະກຳຖາມຕອບອອນລາຍຂອງນັກຮຽນຊັ້ນມັດທະຍົມແບ່ງອອກເປັນ 2 ໝວດຄື ໝວດນັກຮຽນມັດທະຍົມຕອນຕົ້ນ ມ1-ມ4 ຈຳນວນຜູ້ສະໝັກ 40 ຄົນ ໝວດມັດທະຍົມຕອນປາຍ ມ5-ມ7 ມີຜູ້ສະໝັກ 80 ຄົນ.

          ພາບບັນຍາກາດການປູກຕົ້ນໄມ້, ການຮັບລາງວັນຂອງນັກຮຽນທີ່ເຂົ້າແຂ່ງຂັນ ແລະ ຜູ້ເຂົ້າຮ່ວມຂອງກິດຈະກຳ:

 

 2,728 total views,  1 views today

Address

Contact Us