![](http://phanthamit.com/wp-content/uploads/2022/02/Our-Services-Lao-07.png)
ມົນລະພິດທາງອາກາດເປັນອັນຕະລາຍຢ່າງຍິ່ງຕໍ່ກັບສຸຂະພາບຂອງມະນຸດ ແລະ ຍັງສ້າງຄວາມບໍ່ສົມດູນໃຫ້ແກ່ລະບົບນິເວດຂອງພວກເຮົາ ເຊິ່ງແຕ່ລະສະຖານທີ່ ແມ່ນມີຄຸນນະພາບຂອງອາກາດທີ່ແຕກຕ່າງກັນ ແລະ ມີການປ່ຽນແປງໃນແຕ່ລະຊ່ວງເວລາຂອງແຕ່ລະມື້. ການຕິດຕາມ ແລະ ກວດວິເຄາະຄຸນນະພາບຂອງອາກາດ ສາມາດເຮັດໃຫ້ພວກເຮົາເຂົ້າໃຈເຖິງສາເຫດ ແລະ ປັດໄຈຕ່າງໆທີ່ພາໃຫ້ເກີດເປັນມົນລະພິດທາງອາກາດໄດ້. ດັ່ງນັ້ນ, ການຮັກສາລະດັບຄຸນນະພາບຂອງອາກາດໃຫ້ຢູ່ໃນລະດັບທີ່ເໝາະສົມຈຶ່ງມີຄວາມສຳຄັນເປັນຢ່າງຍິ່ງ.