Dongpalane Thong Village, Sisattanak, Vientiane Capital, Laos+856 (21) 410 214, (20) 5555 7623

ບໍລິການຂອງພວກເຮົາ

Phanthamit logo
ບໍລິການວິເຄາະຄຸນນະພາບອາກາດ
ບໍລິການວິເຄາະຄຸນນະພາບອາກາດ

ມົນລະພິດທາງອາກາດເປັນອັນຕະລາຍຢ່າງຍິ່ງຕໍ່ກັບສຸຂະພາບຂອງມະນຸດ ແລະ ຍັງສ້າງຄວາມບໍ່ສົມດູນໃຫ້ແກ່ລະບົບນິເວດຂອງພວກເຮົາ ເຊິ່ງແຕ່ລະສະຖານທີ່ ແມ່ນມີຄຸນນະພາບຂອງອາກາດທີ່ແຕກຕ່າງກັນ ແລະ ມີການປ່ຽນແປງໃນແຕ່ລະຊ່ວງເວລາຂອງແຕ່ລະມື້. ການຕິດຕາມ ແລະ ກວດວິເຄາະຄຸນນະພາບຂອງອາກາດ ສາມາດເຮັດໃຫ້ພວກເຮົາເຂົ້າໃຈເຖິງສາເຫດ ແລະ ປັດໄຈຕ່າງໆທີ່ພາໃຫ້ເກີດເປັນມົນລະພິດທາງອາກາດໄດ້. ດັ່ງນັ້ນ, ການຮັກສາລະດັບຄຸນນະພາບຂອງອາກາດໃຫ້ຢູ່ໃນລະດັບທີ່ເໝາະສົມຈຶ່ງມີຄວາມສຳຄັນເປັນຢ່າງຍິ່ງ.

ບໍລິການກວດວິເຄາະຄຸນນະພາບນ້ຳ
ບໍລິການກວດວິເຄາະຄຸນນະພາບນ້ຳ

ພວກເຮົາໃຫ້ການບໍລິການທີ່ຫຼາກຫຼາຍໃນການວິເຄາະຄຸນນະພາບ ນ້ຳໜ້າດິນ, ນ້ຳໃຕ້ດິນ, ນ້ຳເປື້ອນ ແລະ ນ້ຳດື່ມ. ນອກນັ້ນ, ພວກເຮົາຍັງໃຫ້ບໍລິການດ້ານການສຶກສາ, ຕິດຕາມ ແລະ ກວດສອບ.

ບໍລິການວັດແທກລະດັບສຽງ
ບໍລິການວັດແທກລະດັບສຽງ

ການວັດແທກລະດັບສຽງດັງແມ່ນມີຄວາມສຳຄັນເປັນຫຼາຍ ເພື່ອຮັບປະກັນເຖິງສະພາບແວດລ້ອມໃນການເຮັດວຽກ ທີ່ປອດໄພ. ມົນລະພິດທາງສຽງເຮັດໃຫ້ພະນັກງານມີຄວາມສ່ຽງສູງໃນການສູນເສຍການໄດ້ຍິນ ແລະ ລະບົບປະສາດການຮັບສຽງໃນໄລຍະຍາວ. ດັ່ງນັ້ນ, ການວັດແທກລະດັບສຽງດັງໃຫ້ຢູ່ໃນລະບັບທີ່ເໝາະສົມ ແລະ ຕາມເກນກຳນົດຂອງກະຊວງວາງອອກຈຶ່ງເປັນ ສິ່ງທີ່ດີທີ່ສຸດ.

ບໍລິການ ການສອບທຽບເຄື່ອງມື
ບໍລິການ ການສອບທຽບເຄື່ອງມື

ເພື່ອຮັບປະກັນວ່າອຸປະກອນ ແລະ ເຄື່ອງຈັກໃນຫ້ອງທົດລອງ ສາມາດດຳເນີນໃນລະດັບທີ່ດີທີ່ສຸດ, ແລະ ສ້າງຜົນ ລັບທີ່ຖືກຕ້ອງ, ເຄື່ອງມື ແລະ ອຸປະກອນເຄື່ອງຈັກຈຳເປັນຕ້ອງໄດ້ຮັບການສອບທຽບຢ່າງສະໝ່ຳສະເໝີ. ການສອບ ທຽບເປັນປະຈຳຕາມແຕ່ລະໄລຍະທີ່ກຳນົດ ຫຼື ກ່ອນ ແລະ ພາຍຫຼັງການໃຊ້ງານ ຍັງຊ່ວຍຫຼຸດຄວາມບໍ່ແນ່ນອນດ້ານ ການວັດແທກໂດຍການຮັບປະກັນຄວາມຖືກຕ້ອງຂອງອຸປະກອນສອບທຽບ. ຂະບວນການສອບທຽບເຄື່ອງມືສາມາດຊີວັດປະລິມານ ແລະ ຄວບຄຸມຂໍ້ຜິດພາດພາຍໃນຂະບວນການວັດແທກໃນ ລະດັບທີ່ຍອມຮັບໄດ້.

ບໍລິການວິເຄາະຄຸນນະພາບ ແລະ ດິນ
ບໍລິການວິເຄາະຄຸນນະພາບ ຕະກອນ ແລະ ດິນ

ຫ້ອງທົດລອງ ພັນທະມິດ ຂອງພວກເຮົາ ໃຫ້ບໍລິການກກວດວິເຄາະຕະກອນ ແລະ ດິນ ທີ່ຫຼາກຫຼາຍເພື່ອກວດວິເຄາະ ລັກສະນະທາງກາຍຍະພາບ, ທາງເຄມີ ແລະ ທາງຊີວະພາບ. ນອກນັ້ນຍັງໃຫ້ບໍລິການກວດສອບຄຸນລັກສະນະຂອງດິນທາງດ້ານກະສິກຳ.

ບໍລິການວັດແທກການສັ່ນສະເທືອນ
ບໍລິການວັດແທກການສັ່ນສະເທືອນ

ການສັ່ນສະເທືອນສາມາດສົ່ງພົນຕໍ່ຄວາມທົນທານ ແລະ ຄວາມໜ້າເຊື່ອຖືຂອງລະບົບ ແລະ ໂຄງສ້າງຂອງກົນຈັກ, ເຊິ່ງກໍ່ໃຫ້ເກີດບັນຫາຕ່າງໆຕາມມາເຊັ່ນ: ຄວາມເສຍຫາຍ, ການຢຸດທຳງານແບບຜິດປົກກະຕິ ແລະ ຄວາມເສຍຫາຍ ອື່ນໆທີ່ອາດເກີດຂື້ນ. ການວັດແທກການສັ່ນສະເທືອນແມ່ນຂັ້ນຕອນທີ່ສຳຄັນທີ່ທ່ານສາມາດເຮັດໄດ້ເພື່ອປ້ອງກັນບໍ່ໃຫ້ບັນຫາເຫຼົ່ານີ້ເກີດຂື້ນ. ໃນໂຮງງານ, ການກວດສອບຕົວຢ່າງ ແລະ ຜະລິດຕະພັນສຳເລັດຮູບສາມາດປັບປຸງມາດຕະຖານທີ່ມີຄຸນນະພາບ ແລະ ຊ່ວຍໃຫ້ຜະລິດຕະພັນເປັນທີ່ໜ້າເຊື່ອຖືຫຼາຍຂຶ້ນ.

previous arrow
next arrow
ບໍລິການວິເຄາະຄຸນນະພາບອາກາດ
ບໍລິການກວດວິເຄາະຄຸນນະພາບນ້ຳ
ບໍລິການວັດແທກລະດັບສຽງ
ບໍລິການ ການສອບທຽບເຄື່ອງມື
ບໍລິການວິເຄາະຄຸນນະພາບ ແລະ ດິນ
ບໍລິການວັດແທກການສັ່ນສະເທືອນ
previous arrow
next arrow

ອຸປະກອນໃຫ້ເຊົ່າ

Phanthamit logo

ພະນັກງານຂອງພວກເຮົາ

Phanthamit logo
Laboratory Head

ສິດທິດາ ສີສົມບູນ
ຫົວຫນ້າຫ້ອງທົດລອງ

ນ ສິດທິດາ ສີສົມບູນ ຕຳແຫນ່ງ ຫົວຫນ້າຫ້ອງທົດລອງ ຈົບການສືກສາ ລະດັບປະລິນຍາຕີ ສາຂາ ເຄມີສາດ ປະສົບການເຮັດວຽກໃນການບໍລິຫານຈັດການຫ້ອງທົດລອງ ແລະ ການວິເຄາະຫລາຍກວ່າ 5 ປີ.

Consultant position

ສອນວິໄລ ຄຳວົງສາ
ທີ່ປຶກສາຫ້ອງທົດລອງ

ທ ສອນວິໄລ ຄຳວົງສາ ທີ່ປຶກສາຫ້ອງທົດລອງ ຈົບການສຶກສາ ລະດັບປະລິນຍາຕີ ສາຂາ ເຄມີວິເຄາະ ຈາກ Artois University ປະເທດຝຣັ່ງ ປະສົບການເຮັດວຽກວິເຄາະໃນຫ້ອງທົດລອງຫລາຍກວ່າ 5 ປີ

Head of Marketing - Sales

ສຸກສາຄອນ ພົມພັກດີ
ຫົວຫນ້າພະແນກການຕະຫລາດ-ຂາຍ

ນ ສຸກສາຄອນ ພົມພັກດີ ຫົວຫນ້າພະແນກການຕະຫລາດ-ຂາຍ ຈົບການສຶກສາ ລະດັບປະລິນຍາໂທ ສາຂາ ບັນຊີການເງິນ ປະສົບການເຮັດວຽກໃນການບໍລິຫານຈັດການພາຍໃນ, ການຕະຫລາດ ແລະ ການຂາຍ ມາຫລາຍກວ່າ 5 ປີ.

ລູກຄ້າຂອງພວກເຮົາ

Phanthamit logo

ຂ່າວ ແລະ ກິດຈະກຳ

Phanthamit logo

ທີ່ຢູ່

ຕິດຕໍ່ພວກເຮົາ

 6,003 total views,  68 views today