ການກວດວິເຄາະຄຸນນະພາບອາກາດອ້ອມຮອບອາຄານ
ເກນຫຼືມາດຕະຖານດ້ານຄຸນນະພາບຂອງອາກາດອ້ອມຮອບອາຄານແມ່ນຄວາມເຂັ້ມຂຸ້ນຂອງມົນລະພິດໃນອາກາດ ແລະໂດຍທົ່ວໄປແມ່ນໝາຍເຖິງອາກາດພາຍນອກອາຄານ.ມາດຕະຖານດັ່ງກ່າວໄດ້ຖືກລະບຸໄວ້ດ້ວຍຫລາຍໆເຫດຜົນລວມທັງການປ້ອງກັນສຸຂະພາບຂອງຄົນ, ອາຄານ, ພືດພັນ, ລະບົບນິເວດ, ພ້ອມທັງການວາງແຜນ ແລະ ຈຸດປະສົງອື່ນໆ. ເຊິ່ງຍັງບໍ່ທັນມີຄຳຈຳກັດຄວາມທີ່ຍ່ອມຮັບກັນໃນລະດັບສາກົນ ແຕ່ໂດຍທົ່ວໄປແລ້ວ ” ມາດຕະຖານ”ມີຜົນດ້ານກົດໝາຍຫລືການບັງຄັບໃຊ້,ໃນຂະນະທີ່“ແນວທາງການປະຕິບັດ”ອາດຈະບໍ່ໄດ້ຮັບການ ສະໜັບສະໜູນຈາກກົດໝາຍ.“ມາດຖານ / ເງື່ອນໄຂ” ສາມາດຖືກນຳໃຊ້ເປັນຄຳສັບທົ່ວໄປເພື່ອໃຫ້ກວມເອົາ ມາດຕະຖານແລະແນວທາງການປະຕິບັດ. ບາງລາຍການວັດແທກທີ່ສຳຄັນໃນການກວດສອບຄຸນນະພາບອາກາດໄດ້ແກ່: ຝຸ່ນລະອອງຂະໜາດ < 2.5 ໄມຄຼອນ (PM2.5),ຝຸ່ນລະອອງຂະໜາດ < 10 ໄມຄຼອນ (PM10), ຝຸ່ນລະອອງຂະໜາດ < 100 ໄມຄຼອນ (TSP), ຊັລເຟີໄດອ໊ອກໄຊດ໌ (SO2), ໄນໂຕຣເຈນໄດອ໊ອກໄຊດ໌ (NOx), ຄາຣ໌ບອນໂມນ໊ອກໄຊດ໌ (CO2). ເຊິ່ງແຕ່ລະລາຍການວັດແທກຈະມີການອະທິບາຍສັ້ນໆຢູ່ດ້ານລຸ່ມ.