Phanthamit Analytical Lab

ບໍລິການກວດວິເຄາະຄຸນະພາບນ້ຳ

ພວກເຮົາໃຫ້ການບໍລິການທີ່ຫຼາກຫຼາຍໃນການວິເຄາະຄຸນນະພາບ ນ້ຳໜ້າດິນ, ນ້ຳໃຕ້ດິນ, ນ້ຳເປື້ອນ ແລະ ນ້ຳດື່ມ. ນອກນັ້ນ, ພວກເຮົາຍັງໃຫ້ບໍລິການດ້ານການສຶກສາ, ຕິດຕາມ ແລະ ກວດສອບ.

ນ້ຳໜ້າດິນ

ນ້ຳໜ້າດິນ

ນ້ຳໜ້າດິນແມ່ນແຫລ່ງນ້ຳທຳມະຊາດທີ່ສາມາດພົບໄດ້ໃນແມ່ນ້ຳຕ່າງໆ,ນ້ຳໃນໜອງ,ຫ້ວຍ,ບຶງຫລືແຫລ່ງທີ່ມີດິນທີ່ປຽກ ຊຸ່ມ. ໂດຍແຫຼ່ງນ້ຳຕ່າງໆເຫຼົ່ານີ້ແມ່ນໄດ້ສຳພັດກັບສານປົນເປື້ອນຫຼາຍຊະນິດເຊັ່ນ: ການປ່ອຍນນ້ຳເປື້ອນອອກຈາກໂຮງງານຫລືບ້ານເຮືອນຕ່າງໆລົງສູ່ແຫລ່ງນ້ຳທຳມະຊາດ,ສານປົນເປື້ອນຈາກການກະສິກຳ ການປູກຟັງແລະລ້ຽງສັດ,ສານປົນເປື້ອນຈາກຢາຂ້າຫຍ້າ,ແລະຢາຂ້າແມງໄມ້ຈຶ່ງເຮັດໃຫ້ແຫລ່ງນ້ຳດັ່ງກ່າວໄດ້ຮັບມົນລະພິດຫຼາຍຂຶ້ນ.ທີມງານຫ້ອງທົດລອງພັນທະມິດມີຄວາມຊຳນານແລະປະສົບການສູງໃນການວິເຄາະຄຸນນະພາບນ້ຳໜ້າດິນໂດຍມີນັກວິຊາການສະເພາະທາງທີ່ມີທີ່ຄວາມສາມາດໃນການກວດວິເຄາະບັນດາລາຍການວັດແທກຕ່າງໆໄດ້ຢ່າງລະອຽດ ແລະ ຄົບຖ້ວນ.

ແຫຼ່ງນ້ຳໃຕ້ດິນ

ແຫຼ່ງນ້ຳໃຕ້ດິນ

ການກວດວິເຄາະນ້ຳໃຕ້ດິນແມ່ນມີຄວາມສຳຄັນເພາະມັນຈະຊ່ວຍໃນການໄຈ້ແຍກບັນຫາທີ່ມີຢູ່,ເພື່ອຮັບປະກັນວ່ານ້ຳມີຄວາມ ເໝາະສົມສຳລັບການນຳໃຊ້ຕາມຈຸດປະສົງ.ການກວດວິເຄາະແມ່ນມີຄວາມຈຳເປັນໂດຍສະເພາະການນຳໃຊ້ສຳລັບການກິນດື່ມ ຂອງມະນຸດ ແລະ ສັດ, ແລະ ຍັງຊ່ວຍຕິດຕາມການປ່ຽນແປງໃນແຕ່ລະໄລຍະ, ແລະ ເພື່ອກວດສອບຄຸນນະພາບ ແລະ ປະສິດທິພາບຂອງລະບົບບຳບັດນ້ຳທີ່ທ່ານມີຢູ່.
ບາງລາຍການວັດແທກທີ່ຕ້ອງໄດ້ກວດວິເຄາະມີດັ່ງນີ້:

  • ພື້ນຖານໃນການນຳໃຊ້ນ້ຳທີ່ປອດໄພ ການກວດວິເຄາະປະກອບມີ: ເຊື້ອໂຄລີຟອມ, ໄນເຕຼດ, ຄວາມເປັນກົດ-ດັ່ງ, ໂຊດຽມ, ຄຣໍໄຣດ໌, ຟູອໍໄຣດ໌, ຊັລເຟດ, ເຫຼັກ, ແມັງການີສ, ທາດແຂງລະລາຍໃນນ້ຳ.
  • ເຊື້ອໂຄລີຟອມ ສະແດງເຖິງການມີຈຸລິນຊີໃນນ້ຳທີ່ເປັນອັນຕະລາຍຕໍ່ສຸຂະພາບຂອງຄົນເຮົາ.
  • ໄນເຕຼດ ສານເຈືອປົນທົ່ວໄປທີ່ພົບເຫັນສ່ວນໃຫຍ່ຢູ່ໃນນ້ຳໃຕ້ດິນ. ຄວາມເຂັ້ມຂຸ້ນຂອງໄນເຕຼດສູງສາມາດເປັນອັນຕະລາຍໄດ້ໂດຍສະເພາະສຳລັບເດັກນ້ອຍອາຍຸຕ່ຳກວ່າ 6 ເດືອນ ເຊິງໄນເຕຼດສາມາດຈຳກັດເລືອດໃນການລຳລຽງອົກຊີເຈນ.
  • ໄອອອນ
    ທາດໄອອອນຕ່າງໆເຊັ່ນ: ໂຊດຽມ, ຄຣໍໄຣດ໌, ຊັລເຟດ, ເຫຼັກ, ແມັງການີສ ສາມາດສົ່ງຜົນຕໍ່ລົດຊາດ ແລະ ກິ່ນຂອງນ້ຳໄດ້.
    ຊັລເຟດ
    ນ້ຳທີ່ມີປະລິມານທາດ ຊັລເຟດ ຫຼາຍເກີນໄປສາມາດສົ່ງຜົນກະທົບຕໍ່ລະບົບຂັບຖ່າຍ ຫຼື ເຮັດໃຫ້ເກີດການລະຄາຍເຄືອງໃນລຳໄສ້.
  • ຟູອໍໄຣດ໌
    ຟູອໍໄຣດ໌ ແມ່ນຈຸລິນຊີທີ່ຈຳເປັນ, ແຕ່ຖ້າຫາກມີປະລິມານທີ່ຫລາຍເກີນໄປສາມາດເຮັດໃຫ້ເກີດບັນຫາທາງດ້ານແຂ້ວໄດ.
  • ທາດແຂງລະລາຍໃນນ້ຳ
    ສະແດງເຖິງປະລິມານຂອງສານອິນຊີ (ເຊັ່ນ: ໂຊດຽມ, ຄຣໍໄຣດ໌ ແລະ ຊັລເຟດ) ທີ່ລະລາຍໃນນ້ຳ. ປະລິມານທາດແຂງລະລາຍໃນນ້ຳສູງ (TDS) ສາມາດຫຼຸດຄວາມແຊບ ຫຼື ລົດຊາດຂອງນໍ້າລົງໄດ້.
  • ການກວດວິເຄາະເພີ່ມຕື່ມອື່ນໆ.
    ການກວດວິເຄາະເພີ່ມຕື່ມອື່ນໆແມ່ນຂຶ້ນກັບຄວາມຕ້ອງການຂອງທ່ານ ຫຼື ຖ້າຫາກມີການສົງໃສວ່າມີສານເຈືອປົນຢູ່ໃນນໍ້າ. ຍົກຕົວຢ່າງ, ແຫຼ່ງນ້ຳໃຕ້ດິນບາງຄັ້ງກໍ່ຕ້ອງໄດ້ກວດວິເຄາະສານອາຊີນິກ, ເຊເລນຽມ ແລະ ທາດຢູເຣນຽມ. ທັງແຫຼ່ງນ້ຳໜ້າດິນ ແລະ ໃຕ້ດິນ ອາດຈະຕ້ອງໄດ້ຮັບການກວດວິເຄາະສານເຈືອປົນຂອງຢາປາບສັດຕູພືດ.
ນ້ຳເປື້ອນ

ນ້ຳເປື້ອນ

ນ້ຳເປື້ອນແມ່ນໜຶ່ງໃນສິ່ງທີ່ສຳຄັນທີ່ສຸດໃນການກວດວິເຄາະ,ເພາະວ່າເປັນນ້ຳທີ່ໄດ້ຮັບຜົນກະທົບຈາກການນຳໃຊ້ຂອງມະ ນຸດ.ການທີ່ມີລະບຽບກົດໝາຍຄຸ້ມຄອງທີ່ເຂັ້ມງວດແລະໃສ່ໃຈເຖິງບັນຫາຂອງສິ່ງແວດລ້ອມ,ຮຽກຮ້ອງໃຫ້ມີການບຳບັດ ນ້ຳເປື້ອນກ່ອນທີ່ຈະປ່ອຍໄປສູ່ແມ່ນ້ຳ ແລະ ລະບົບລະບາຍນ້ຳຕ່າງໆ.
ການຕິດຕາມກວດສອບນ້ຳເປື້ອນທີ່ຜ່ານການບຳບັດແລ້ວກ່ອນຈະປ່ອຍຖິ້ມແມ່ນຈະຊ່ວຍໃຫ້ທ່ານສາມາດກວດຈັບມົນລະພິດທີ່ອາດເກີດຂຶ້ນ ແລະ ສາມາດຮັກສາບຳບັດກ່ອນທີ່ຈະປ່ອຍອອກສູ່ແຫຼ່ງນ້ຳທຳມະຊາດ. ສານປົນເປື້ອນທີ່ສາມາດພົບໄດ້ທົ່ວໄປໃນນ້ຳເປື້ອນໄດ້ແກ່: ແອມໂມເນຍ, ຊີໂອດີ (COD), ການຊັກນຳໄຟຟ້າ, fecal Coliform, ຄ໌ໍຣີນຕົກຄ້າງ, ໄນເຕຼດ ແລະ ໄນໄຕຣ໌, ຟອສເຟດ/ຟອສຟໍຣັສ, ຄວາມເປັນກົດ-ດັ່ງ, ທາດແຂງແຂວນລອຍ, and Total Kjeldahl Nitrogen.

ນ້ຳດື່ມ

ນ້ຳດື່ມ

ການກວດວິເຄາະຄຸນນະພາບນ້ຳດື່ມແມ່ນມີຄວາມສຳຄັນຫຼາຍ ເພາະມັນຊ່ວຍລະບຸເຖິງສິ່ງເຈືອປົນທີ່ມີຢູ່ໃນນ້ຳ ເພື່ອປ້ອງກັນພະຍາດຕ່າງໆທີ່ເກີດຂຶ້ນກ່ອນທີ່ຈະອະນຸຍາດໃຫ້ບໍລິໂພກນ້ຳໄດ້.
ທີ່ສຳຄັນ,ການກວດວິເຄາະຄຸນນະພາບນ້ຳດື່ມຈະຊ່ວຍຮັບປະກັນເຖິງຄຸນນະພາບຂອງນ້ຳດື່ມວ່າເປັນໄປຕາມມາດຕະຖານນ້ຳດື່ມທັງພາຍໃນ ແລະ ສາກົນ, ສຳລັບການບໍລິໂພກຂອງຄົນ ແລະ ສັດ. ນອກຈາກນ້ຳທີ່ໃຊ້ໃນຄົວເຮືອນແລ້ວ, ນ້ຳສຳລັບໃຊ້ສອຍ ແລະ ເພື່ອການກະເສດກໍ່ຄວນໄດ້ຮັບການກວດວິເຄາະເຊັ່ນກັນ.
ບາງລາຍການວັດແທກທີ່ຕ້ອງໄດ້ກວດວິເຄາະມີດັ່ງນີ້ໃນນ້ຳດື່ມມີດັ່ງນີ້: ສີ,ກິ່ນ,ລົດຊາດ,ຄວາມເຂັ້ມຂຸ້ນ,ຄ່າຄວາມເປັນກົດ-ດັ່ງ, ທາດແຂງລວມ (CaCO3), ເຫຼັກ, ຄຣໍໄຣດ໌, ຄ໌ໍຣີນຕົກຄ້າງ, ທາດແຂງລະລາຍໃນນ້ຳ, ເຄລຊຽມ, ທອງ, ແມັງການີສ, ຊັລເຟດ, ໄນເຕຼດ, ຟູອໍໄຣດ໌, ທາດປະສົມຂອງເຟໂນລ, ບາຫຼອດ, ແຄັດມຽມ, ເຊເລນຽມ, ອາເຊນິກ, ໄຊຍາໄນດ໌, ຊືນ, ສັງກະສີ, Anionic detergents, ໂຄຼມຽມ, ໂພລີນິວເຄຼຍອະໂຣມາຕິກໄຮດ໌ໂດຣຄາບອນ, ນ້ຳມັນແຮ່ທາດ, ຢາປາບສັດຕູ້ພືດ, ຄວາມເປັນດ່າງ, ອາລູມີນຽມ, Boron, ແລະ ກຳມັນຕະພາບລັງສີ.