ບໍລິການວິເຄາະຄຸນະພາບຕະກອນ ແລະ ດິນ

ບໍລິການວິເຄາະຄຸນະພາບຕະກອນ ແລະ ດິນ

ຫ້ອງທົດລອງພັນທະມິດຂອງພວກເຮົາໃຫ້ບໍລິການກກວດວິເຄາະຕະກອນແລະດິນທີ່ຫຼາກຫຼາຍເພື່ອກວດວິເຄາະລັກສະນະທາງກາຍຍະພາບ,ທາງເຄມີແລະທາງຊີວະພາບນອກນັ້ນຍັງໃຫ້ບໍລິການກວດສອບຄຸນລັກສະນະຂອງດິນທາງດ້ານກະສິກຳ.ສະພາບແວດລ້ອມຂອງດິນມີບົດບາດສຳຄັນຢ່າງຍິ່ງຕໍ່ກັບຄຸນນະພາບຂອງນ້ຳ,ຜົນຜະລິດດ້ານກະສິກຳ,ແລະສະພາບອາກາດທົ່ວໂລກ.ການປະເມີນຜົນກະທົບໂດຍອີງໃສ່ການກວດວິເຄາະຈະຊ່ວຍເຮັດໃຫ້ທ່ານມີຄວາມຊັດເຈນກ່ຽວກັບວິທີຕ່າງໆໃນການເພີ່ມປະສິດທິພາບຂອງການຜະລິດ, ປົກປັກຮັກສາສິ່ງແວດລ້ອມຈາກການສະສົມຂອງມົນລະພິດຈາກນ້ຳໃນທຳມະຊາດ ແລະ ການນຳໃຊ້ປຸ້ຍເກີນຂະໜາດ, ຢາຂ້າແມງໄມ້, ສິ່ງເສດເຫຼືອຈາກການຂຸດຄົ້ນບໍ່ແຮ່.