ບໍລິການວັດແທກການສັ່ນສະເທືອນ
ບໍລິການວັດແທກການສັ່ນສະເທືອນ
ການສັ່ນສະເທືອນສາມາດສົ່ງພົນຕໍ່ຄວາມທົນທານ ແລະ ຄວາມໜ້າເຊື່ອຖືຂອງລະບົບ ແລະ ໂຄງສ້າງຂອງກົນຈັກ, ເຊິ່ງກໍ່ໃຫ້ເກີດບັນຫາຕ່າງໆຕາມມາເຊັ່ນ: ຄວາມເສຍຫາຍ, ການຢຸດທຳງານແບບຜິດປົກກະຕິ ແລະ ຄວາມເສຍຫາຍອື່ນໆທີ່ອາດເກີດຂື້ນ. ການວັດແທກການສັ່ນສະເທືອນແມ່ນຂັ້ນຕອນທີ່ສຳຄັນທີ່ທ່ານສາມາດເຮັດໄດ້ເພື່ອປ້ອງກັນບໍ່ໃຫ້ບັນຫາເຫຼົ່ານີ້ເກີດຂື້ນ. ໃນໂຮງງານ, ການກວດສອບຕົວຢ່າງ ແລະ ຜະລິດຕະພັນສຳເລັດຮູບສາມາດປັບປຸງມາດຕະຖານທີ່ມີຄຸນນະພາບ ແລະ ຊ່ວຍໃຫ້ຜະລິດຕະພັນເປັນທີ່ໜ້າເຊື່ອຖືຫຼາຍຂຶ້ນ.

ສາມາດຍືດອາຍຸການໃຊ້ງານຂຂອງເຄື່ອງຈັກຂອງທ່ານໄດ້, ໂດຍການວິເຄາະການປ່ຽນແປງຂອງການສັ່ນສະເທືອນ ແລະ ແນວໂນ້ມໃນໄລຍະການໃຊ້ງານ,ປຽບທຽບການອ່ານເບື້ອງຕົ້ນກັບການອ່ານໃນປະຈຸບັນ.ການຕິດຕາມກວດກາຢ່າງສະໝ່ຳສະເໝີກ່ຽວກັບເຄື່ອງຈັກຜ່ານການວັດແທກການສັ່ນສະເທືອນຊ່ວຍປ້ອງກັນບໍ່ໃຫ້ເກີດຄວາມເສຍຫາຍແລະຊ່ວຍໃນການ ເສື່ອມສະພາບຂອງເຄື່ອງຈັກໄດ້ຊ້າລົງ.

ໃນລະດັບຜົນກະທົບຕໍ່ສິ່ງແວດລ້ອມ, ລະດັບການສັ່ນສະເທືອນໄດ້ຖືກວັດແທກເພື່ອປະຕິບັດຕາມຂໍ້ກຳນົດ ແລະ ລະດັບທີ່ໄດ້ຮັບອະນຸຍາດ, ໂດຍສະເພາະໃນ ໂຮງງານ, ສະຖານທີ່ກໍ່ສ້າງ, ການສັນຈອນຕາມທ້ອງຖະໜົນ, ແລະ ລົດໄຟ. ຍົກຕົວຢ່າງ, ຢູ່ສະຖານທີ່ກໍ່ສ້າງ, ຖ້າລະດັບຄວາມສັ່ນສະເທືອນເກີນຂີດຈຳກັດ ແລະ ລະດັບຄ່າມາດຕະຖານ, ອາດຈະກໍ່ໃຫ້ເກີດຮອຍແຕກໃນຝາຂອງອາຄານໃກ້ຄຽງໄດ້