Dongpalane Thong Village, Sisattanak, Vientiane Capital, Laos+856 (21) 410 214, (20) 5555 7623

ບໍລິການກວດວິເຄາະຄຸນນະພາບອາກາດ

ບໍລິການວິເຄາະຄຸນນະພາບອາກາດ

ມົນລະພິດທາງອາກາດເປັນອັນຕະລາຍຢ່າງຍິ່ງຕໍ່ກັບສຸຂະພາບຂອງມະນຸດ ແລະ ຍັງສ້າງຄວາມບໍ່ສົມດູນໃຫ້ແກ່ລະບົບນິເວດຂອງພວກເຮົາ ເຊິ່ງແຕ່ລະສະຖານທີ່ແມ່ນມີຄຸນນະພາບຂອງອາກາດທີ່ແຕກຕ່າງກັນ ແລະ ມີການປ່ຽນແປງໃນແຕ່ລະຊ່ວງເວລາຂອງແຕ່ລະມື້. ການຕິດຕາມ ແລະ ກວດວິເຄາະຄຸນນະພາບຂອງອາກາດ ສາມາດເຮັດໃຫ້ ພວກເຮົາເຂົ້າໃຈເຖິງສາເຫດ ແລະ ປັດໄຈຕ່າງໆທີ່ພາໃຫ້ເກີດເປັນມົນລະພິດທາງອາກາດໄດ້.

ດັ່ງນັ້ນ, ການຮັກສາລະດັບຄຸນນະພາບຂອງອາກາດໃຫ້ຢູ່ໃນລະດັບທີ່ເໝາະສົມຈຶ່ງມີຄວາມສຳຄັນເປັນຢ່າງຍິ່ງ.

ການກວດວິເຄາະຄຸນນະພາບອາກາດອ້ອມຮອບອາຄານ

    ເກນ ຫຼື ມາດຕະຖານດ້ານຄຸນນະພາບຂອງອາກາດອ້ອມຮອບອາຄານແມ່ນຄວາມເຂັ້ມຂຸ້ນຂອງມົນລະພິດໃນອາກາດ ແລະ ໂດຍທົ່ວໄປແມ່ນໝາຍເຖິງອາກາດພາຍນອກອາຄານ. ມາດຕະຖານດັ່ງກ່າວໄດ້ຖືກລະບຸໄວ້ດ້ວຍຫລາຍໆເຫດຜົນລວມທັງການປ້ອງກັນສຸຂະພາບຂອງຄົນ, ອາຄານ, ພືດພັນ, ລະບົບນິເວດ, ພ້ອມທັງການວາງແຜນ ແລະ ຈຸດປະສົງອື່ນໆ. ເຊິງຍັງບໍ່ທັນມີຄຳຈຳກັດຄວາມທີ່ຍ່ອມຮັບກັນໃນລະດັບສາກົນ ແຕ່ໂດຍທົ່ວໄປແລ້ວ ” ມາດຕະຖານ” ມີຜົນດ້ານກົດໝາຍ ຫລື ການບັງຄັບໃຊ້, ໃນຂະນະທີ່ “ ແນວທາງການປະຕິບັດ” ອາດຈະບໍ່ໄດ້ຮັບການສະໜັບສະໜູນຈາກກົດໝາຍ. “ມາດຖານ / ເງື່ອນໄຂ” ສາມາດຖືກນຳໃຊ້ເປັນຄຳສັບທົ່ວໄປເພື່ອໃຫ້ກວມເອົາມາດຕະຖານ ແລະ ແນວທາງການປະຕິບັດ.

    ບາງລາຍການວັດແທກທີ່ສຳຄັນໃນການກວດສອບຄຸນນະພາບອາກາດໄດ້ແກ່:
    ຝຸ່ນລະອອງຂະໜາດ < 2.5 ໄມຄຼອນ (PM2.5),ຝຸ່ນລະອອງຂະໜາດ < 10 ໄມຄຼອນ (PM10), ຝຸ່ນລະອອງຂະໜາດ < 100 ໄມຄຼອນ (TSP), ຊັລເຟີໄດອ໊ອກໄຊດ໌ (SO2), ໄນໂຕຣເຈນໄດອ໊ອກໄຊດ໌ (NOx), ຄາຣ໌ບອນໂມນ໊ອກໄຊດ໌ (CO2). ເຊິ່ງແຕ່ລະລາຍການວັດແທກຈະມີການອະທິບາຍສັ້ນໆຢູ່ດ້ານລຸ່ມ.

ການຕິດຕາມການປ່ອຍອາຍພິດຈາກໂຮງງານ

    ການຕິດຕາມການປ່ອຍອາຍພິດໝາຍເຖິງການຕິດຕາມອາກາດຂອງຈຸດປ່ອຍອາຍພິດ. ໂດຍປົກກະຕິແລ້ວ, ການຕິດຕາມດັ່ງກ່າວແມ່ນຕິດຕາມກວດວິເຄາະຢູ່ເທິງໝໍ້ອາຍນ້ຳ, ເຄື່ອງດູດອາກາດຈາກເຄື່ອງພິມ, ຖົງກອງຝຸ່ນລະອງ, ເຄື່ອງປ້ອງກັນຄວາມຮ້ອນ ແລະ ມີການດຳເນີນການຢ່າງສະໝ່ຳສະເໝີ.

    ບັນດາຖັງຈາກໝໍ້ອາຍນໍ້າ ແລະ ຂະບວນການທາງອຸດສາຫະກຳຈະປະກອບມີມົນລະພິດປະເພດຕາງໆເຊັ່ນ SOx, NOx, ອະນຸພາກ, ສານລະລາຍ, ຝຸ່ນລະອອງ, ອາຍແກັສທີ່ເປັນຜິດຕ່າງໆ. ສິ່ງເຫລົ່ານີ້ສາມາດສົ່ງຜົນເສຍຕໍ່ຄຸນນະພາບຂອງອາກາດໃນທ້ອງຖິ່ນ ແລະ ດ້ວຍເຫດຜົນນີ້, ການປ່ອຍອາຍພິດດັ່ງກ່າວມັກຈະມີລະບຽບການຄວບຄຸ້ມ. ໂດຍປົກກະຕິແລ້ວກົດລະບຽບດ່ັງກ່າວແມ່ນຮຽກຮ້ອງໃຫ້ມີການວັດແທກຄວາມເຂັ້ມຂຸ້ນຂອງມົນລະພິດເຫລົ່ານີ້ຢ່າງສະໝ່ຳສະເໝີ, ເຊິ່ງເອີ້ນວ່າການຕິດຕາມການປ່ອຍອາຍພິດໃນແຕ່ລະໄລຍະ. ໂດຍປົກກະຕິແລ້ວຈະກຳນົດຂອບເຂດຈຳກັດຕາມຄວາມເຂັ້ມຂຸ້ນ (ຫລື ການໄຫລວຽນຂອງມວນສານ) ແລະ ຈຸດປະສົງຂອງການຕິດຕາມກວດກາແມ່ນເພື່ອກຳນົດວ່າການປ່ອຍອາຍພິດຢູ່ໃນຂອບເຂດທີ່ກຳນົດ ຫຼື ບໍ.

ການກວດວິເຄາະຄຸນນະພາບອາກາດໃນສະຖານທີ່ເຮັດວຽກ

    ບັນຫາມົນລະພິດທາງອາກາດໃນບ່ອນເຮັດວຽກເກີດຂື້ນເມື່ອມີການໝູນວຽນຂອງອາກາດບໍລິສຸດທີ່ກະຈາຍຢູ່ໃນ ສະພາບແວດລ້ອມຂອງພື້ນທີ່ເຮັດວຽກນັ້ນມີຈຳກັດ; ອາກາດຖືກໝູນວຽນພາຍໃນບ່ອນເຮັດວຽກໃນອັດຕາທີ່ໄວເກີນໄປເຖິງແມ່ນວ່າຈະມີສານພິດຢູ່ໃນອາກາດ – ບໍ່ວ່າຈະເປັນຈາກສະພາບແວດລ້ອມພາຍໃນ ຫຼື ພາຍນອກບ່ອນເຮັດວຽກ.
    ປັດໄຈຫຼາຍຢ່າງສາມາດເຮັດໃຫ້ເກີດມົນລະພິດທາງອາກາດໃນພື້ນທີ່ບ່ອນເຮັດວຽກໄດ້, ເຊັ່ນວ່າການນຳໃຊ້ສານເຄມີ ບໍ່ວ່າຈະເປັນສານປະສົມໃນຜ້າພົມ ແລະ ເຟີນິເຈີ; ຄາຣ໌ບອນໂມນ໊ອກໄຊດ໌ຈາກຄວັນຢາສູບ ແລະ ການຈາລະຈອນພາຍນອກ; ໂພລີຄລໍລີເນດໃບຟີນີລ (Polychlorinated biphenyls) ທີ່ມີຢູ່ໃນໝໍ້ແປງໄຟຟ້າ; ລັງສີຈາກກສະນວນໃນອາຄານ; ໂອໂຊນຈາກເຄື່ອງສຳເນົາເອກະສານ; ແລະ ສານລະລາຍທີ່ໃຊ້ໃນເຄື່ອງທຳຄວາມສະອາດ, ກາວ, ແລະ ລະບົບລະບາຍອາກາດ.
    ນອກຈາກນີ້, ຍັງມີສາເຫດທີ່ເກີດຂຶ້ນໂດຍທຳມະຊາດທີ່ເຮັດໃຫ້ມົນລະພິດທາງອາກາດບໍລິເວນເຮັດວຽກໄດ້ເຊັ່ນກັນ. ຍົກຕົວຢ່າງ, ການຫາຍໃຈຂອງມະນຸດປ່ອຍອາຍຄາບອນໄດອ໊ອກໄຊດ໌, ເຊິ່ງມີໃນປະລິມານໜ້ອຍ ແລະ ບໍ່ສາມາດສ້າງມົນລະພິດໄດ້, ແຕ່ກໍອາດຈະເປັນອັນຕະລາຍໄດ້ຖ້າຄວາມເຂັ້ມຂຸ້ນສະສົມສູງ. ຈຸລິນຊີ ຫຼື ເຊື້ອແບັກທີເຣຍກໍ່ອາດຈະມີຢູ່ໃນລະບົບລະບາຍອາກາດ. ຖ້າຫາກວ່າຈຸລິນຊີດັ່ງກ່າວມີການພັດທະນາ, ມັນອາດຈະແຜ່ລາມໄປທົ່ວທັງສະຖານທີ່ເຮັດວຽກ ຫຼື ອາຄານໂດຍຜ່ານລະບົບລະບາຍອາກາດ.
    ນີ້ແມ່ນຕົວຢ່າງຂອງການກວດວິເຄາະຄຸນນະພາບອາກາດໃນສະຖານທີ່ເຮັດວຽກທົ່ວໄປ:
    ອາຍຄາບອນໄດອ໊ອກໄຊດ໌ (CO2), ຄວັນຢາສູບ…     ຝຸ່ນລະອອງ, ໃຍແກ້ວ, ອາຍແກັສ, ລວມເຖິງສານຟອຣ໌ມາລດີໄຮດ໌     ສານລະເຫີຍທີ່ເປັນຜິດ, ສານປະສົມສານອິນຊີທີ່ລະເຫີຍໄດ້ງ່າຍ (VOCs) ແກັສ, ສານອາຍລະເຫີຍ, ກິ່ນສານເຈືອປົນຈຸລິນຊີ, ເຊື້ອລາ, ເຊື້ອແບັກທີເຣຍ ໂອໂຊນ

 930 total views,  1 views today

ທີ່ຢູ່

ຕິດຕໍ່ພວກເຮົາ