Dongpalane Thong Village, Sisattanak, Vientiane Capital, Laos+856 (21) 410 214, (20) 5555 7623

ບໍລິການວັດແທກລະດັບສຽງດັງ

ບໍລິການວັດແທກລະດັບສຽງດັງ

    ການວັດແທກລະດັບສຽງດັງແມ່ນມີຄວາມສຳຄັນເປັນຫຼາຍ ເພື່ອຮັບປະກັນເຖິງສະພາບແວດລ້ອມໃນການເຮັດວຽກທີ່ປອດໄພ. ມົນລະພິດທາງສຽງເຮັດໃຫ້ພະນັກງານມີຄວາມສ່ຽງສູງໃນການສູນເສຍການໄດ້ຍິນ ແລະ ລະບົບປະສາດການຮັບສຽງໃນໄລຍະຍາວ. ດັ່ງນັ້ນການວັດແທກລະດັບສຽງດັງໃຫ້ຢູ່ໃນລະບັບທີ່ເໝາະສົມ ແລະ ຕາມເກນກຳນົດຂອງກະຊວງວາງອອກຈຶ່ງເປັນສິ່ງທີ່ດີທີ່ສຸດ.

    ນອກຈາກການວັດແທກລະດັບສຽງໃນສະຖານທີ່ເຮັດວຽກແລ້ວ, ການກວດກາຕິດຕາມລະດັບສຽງທີ່ມາຈາກສະພາບແວດລ້ອມພາຍນອອກກໍເປັນສິ່ງທີ່ສຳຄັນເຊັ່ນກັນ. ແຫລ່ງທີ່ກໍໃຫ້ເກີດມົນລະພິດທາງສຽງໂດຍທົ່ວໄປໄດ້ແກ່: ສະຖານທີ່ຂອງກິດຈະກຳອຸດສາຫະກຳ, ສະຖານທີ່ກໍ່ສ້າງ, ສະຖານທີ່ຂຸດຄົ້ນບໍ່ແຮ່, ສະໜາມບິນ ແລະ ອື່ນໆ.

    ຫ້ອງທົດລອງ ພັນທະມິດ ພວກເຮົາໃຫ້ການບໍລິການທົດສອບລະດັບສຽງດັງເປັນຕົ້ນແມ່ນ ການຕິດຕາມວັດແທກລະດັບສຽງລົບກວນ ທັງກາງເວັນ ແລະ ກາງຄືນ. ບໍ່ວ່າຈະຢູ່ເຂດທີ່ພັກອາໄສ ເຂດອຸດສະຫາກຳ ແລະ ພື້ນທີ່ອື່ນໆທີ່ອາດກໍໃຫ້ເກີດມົນລະພິດທາງສຽງ.

 1,833 total views,  3 views today

ທີ່ຢູ່

ຕິດຕໍ່ພວກເຮົາ