Dongpalane Thong Village, Sisattanak, Vientiane Capital, Laos+856 (21) 410 214, (20) 5555 7623

ພາດສະຕິກທີ່ຍ່ອຍສະຫຼາຍໄດ້ທາງຊີວະພາບຢ່າງແທ້ຈິງ

ພາດສະຕິກທີ່ຍ່ອຍສະຫຼາຍໄດ້ທາງຊີວະພາບຢ່າງແທ້ຈິງ

   ພາດສະຕິກທີ່ຍ່ອຍສະຫຼາຍໄດ້ທາງຊີວະພາບຢ່າງແທ້ຈິງ ໂດຍເປັນຊະນິດທຳອິດທີ່ສະຫຼາຍໂຕ ດ້ວຍຄວາມຮ້ອນ ແລະ ນໍ້າ, ໄດ້ຖືກພັດທະນາໂດຍ ນັກວິທະຍາສາດ ຈາກສະຫະລັດ, ພາດສະຕິກທີ່ຖືກເອີ້ນວ່າ “compostable” ປະຈຸບັນເຮັດຈາກ ໂພລິເອສເຕີ້ ຫຼື ເອີ້ນວ່າ ກົດໂພລິເອສເຕີ້ PLA.
ຜູ້ຊ່ຽວຊານຈາກສະຫະລັດ ໄດ້ຝັງ ເອນໄຊ ທີ່ກິນໂພລິເອສເຕີ້ ທີ່ຫຸ້ມດ້ວຍ ໂພລິເມີ ພິເສດ ໄວ້ໃນພາດສະຕິກ ເມື່ອສຳພັດກັບຄວາມຮ້ອນ ແລະ ນໍ້າ ເອນໄຊໄດ້ກະຈາຍໂຕອອກມາຈາກເຈ້ຍຫຸ້ມຫໍ່ ແລະ ເລີ່ມເຮັດໜ້າທີ່ແຍກ ພາດສະຕິກອອກ ໃນກໍລະນີຂອງ PLA ພາດສະຕິກ ຈະຫຼຸດລົງໂດຍ ເອນໄຊໂປຕີເອສເຄ ເປັນກົດແລັດຕິສ ເຊິ່ງສາມາດນຳໃຊ້ເປັນອາຫານໃຫ້ຈຸລິນຊີໃນດິນ ທີ່ພົບໃນປຸ໋ຍໝັກ. ທີມວິໄຈຍັງໄດ້ອະທິບາຍວ່າ ເຄື່ອງຫຸ້ມຫໍ່ ເອນໄຊ ຍັງຍ່ອຍສະຫຼາຍໄດ້ພາຍໄຕ້ແສງ ອຸນຕ້າໄວໂອເລັດ.
        ນອກຈາກນີ້ ພາດສະຕິກ ທີ່ປົນດ້ວຍ ເອນໄຊ ຈະບໍ່ຜະລິດສານຜິດ ໄມໂຄພາດສະຕິກເມື່ອຍ່ອຍສະຫຼາຍເປັນໂມເລກູນໄດ້ 98ເປີເຊັນ.

 3,110 total views,  3 views today

ທີ່ຢູ່

ຕິດຕໍ່ພວກເຮົາ